Wednesday, April 4, 2018

ກອງປະຊຸມໃຫຍ່ ຄັ້ງທີ I ຂອງກຳມະບານຮາກຖານໂຮງຮຽນ ມ.ສ ເມືອງແບງ



ກອງປະຊຸມໃຫຍ່  ຄັ້ງທີ I ຂອງກຳມະບານຮາກຖານໂຮງຮຽນ ມ.ສ ເມືອງແບງ ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 4 ເມສາ 2018 ທີ່ໂຮງຮຽນ ມ.ສ ເມືອງແບງ ໂດຍການເປັນປະທານຂອງ ສະຫາຍ ບຸນຍາຍ ສຸດທິສັກ ປະທານສະຫະພັນກຳມະບານເມືອງແບງ ແລະ ສະຫາຍ ຊຽງບຸນມີ ອິນທະສັກ ຜູ້ອຳນວຍການໂຮງຮຽນ ມ.ສ ເມືອງແບງ, ມີບັນດາແຂກທີ່ຖືກເຊີນຈາກອົງການຈັດ ຕັ້ງມະຫາຊົນ ແລະ ສະມາຊິກກຳມະບານ ເຂົ້າຮ່ວມຈຳນວນ 43 ສະຫາຍ, ຍິງ 15 ສະຫາຍ.
ໃນກອງປະຊຸມດັ່ງກ່າວ ສະຫາຍ ບົວທິສອນ ຄຳພູມີ ເລຂາໜຸ່ມຮາກຖານໂຮງຮຽນ ມ.ສ ເມືອງແບງ ໄດ້ຜ່ານບົດລາຍ​ງານ​ການ​ເມືອງຂອງ​ຄະນະ​ກຳມະບານ​ຮາກ​ຖານໂຮງຮຽນ ມ.ສ ເມືອງແບງ
​ໃນ​ໄລຍະ​ 3 ປີ ຜ່ານມາ ​ແລະ​ ທິດ​ທາງ​ແຜນການ​ໃນ 3 ປີ​ຕໍ່ໜ້າ ( 2018-2021 ) ພ້ອມ​ດຽວ​ກັນ​ນັ້ນ​ກອງ​ປະຊຸມ​ຍັງ​ໄດ້​ດຳ​ເນີນ​ການ​ປ່ອນ​ບັດ​ເລືອກ​ຕັ້ງ​ເອົາ​ຄະນະ​ກຳມະບານ​ຮາກ​ຖານ ໂຮງຮຽນ ມ.ສ ເມືອງແບງ​ຊຸດ​ໃໝ່, ​ເຊິ່ງມີ​ຜູ້​ແທນ​ມີ​ສິດ​ລົງ​ຄະ​ແນນ​ສຽງ​ເລືອກ​ຕັ້ງ 36 ສະຫາຍ ​ແລະ​ ຜູ້​ລົງ​ສະໝັກ​ຮັບ​ເລືອກ​ຕັ້ງ ມີ 07 ສະຫາຍ ​ໃນ​ນັ້ນ​ເລືອກ​ເອົາ 05 ສະຫາຍ.
ກອງປະຊຸມ​​ໄດ້​ເລືອກ​ເອົາ 05 ສະຫາຍ ​ເຂົ້າ​ເປັນ​ຄະນະ​ກຳມະບານ​ຮາກ​ຖານ​ຊຸດ​ໃໝ່​​ໂດຍເລືອກໄດ້:
1.    ສະ​ຫາຍ ສົມຈິດ ຄຳທະວົງ ​ເປັນປະທານ
2.   ສະ​ຫາຍ ໄມ່ວອນໄຊ ບົວລະຈິດ ເປັນຮອງປະທານ ແລະ ປະທານກວດກາ
3.   ສະ​ຫາຍ ວຽງອຸດົມ ແກ້ວກັນຍາ ເປັນຮອງປະທານ
4.   ສະ​ຫາຍ ກິວິໄລ ໄຊຍະສົງ ເປັນຄະນະ
5.   ສະຫາຍ ນາງ ເງົາມະນີ ທະວິກອນ ເປັນຄະນະ
·        ສະຫາຍ ບົວທິສອນ ຄຳພູມີ ເປັນຮອງປະທານກວດກາ
·        ສະຫາຍ ນາງ ບົວລະພັນ ເທບສາມາດ ເປັນຄະນະກວດກາ

 ຈາກນັ້ນ​ກອງ​ປະຊຸມ​​ໄດ້ຮັບ​ຟັງ ການ​ໂອ້​ລົມ​ຂອງ​ສະຫາຍ ບຸນຍາຍ ສຸດທິສັກ ປະທານສະຫະພັນກຳມະບານເມືອງແບງ, ເຊີ່ງ​ທ່ານ​ໄດ້ຕີ​ລາຄາ ການ​ຊີ້​ນຳ-ນຳພາ​ຂອງ​ຄະນະ​ໜ່ວຍ​ຮາກ​ຖານ​ກຳມະບານ​ທີ່​ໄດ້​ເປັນ​ຕົວ​ແທນ​ໃຫ້​ແກ່​ສະ​ມາ​ຊິກກຳມະບານ ​ໃນ​ການ​ປະກອບສ່ວນ​ພັດທະນາ​ເສດຖະກິດ​ສັງຄົມ​ໃນ​ໄລຍະ​ຜ່ານ​ມາ. ພ້ອມ​ນັ້ນ ​ສະຫາຍ ປະທານສະຫະພັນກຳມະບານເມືອງແບງ ​ຍັງ​ໄດ້​ຊີ້​ນຳ​ບາງ​ບັນຫາຕໍ່ຄະນະ​ກຳມະບານ​ຊຸດ​ໃໝ່ ​ແລະ​ ສະມາຊິກ​ທຸກສະຫາຍ​ເຊິ່ງມີ​ເນື້ອ​ໃນໂດຍຫຍໍ້​ດັ່ງ​ນີ້: ຄະນະ​ກຳມະບານ​ຮາກ​ຖານ​ຕ້ອງ​ໄດ້​ເພີ້​ມທະວີ​ການສຶກສາ​ອົບຮົມການ​ເມືອງ​ແນວ​ຄິດ​ໃຫ້​ຖັນ​ແຖວ​ພະນັກງານ​, ລັດຖະກອນ ​ເປັນ​ເຈົ້າ​ການ​ຕິດຕາມ​ກວດກາ ການ​ເລື່ອນ​ຊັ້ນ​ຂັ້ນ​ເງິນ​ເດືອນຊ່ວຍ​ວຽກ​ຄະນະ​ພັກ​ຮາກ​ຖານ, ຄະນະ​ພະ​ແນ​ກ​ໃນ​ການ​ກວດກາ​ວຽກ​ງານ ​ແລະ ​ປະກົດ​ການ​ຫຍໍ້​ທໍ້​ຕ່າງໆ. ນອກຈາກ​ນັ້ນ​ຕ້ອງ​ເພີ້​ມທະວີ​ຄວາມ​ຮັບຜິດຊອບ​ໃນ​ການ​ປະຕິບັດສິດ​ໜ້າ​ທີ່​ຂອງ​ຕົນ​ກໍຄືການ​ປະຕິບັດ​ແຜນການ​ຂອງ​ຄະນະ​ພັກວາງອອກ, ​ປະກອບສ່ວນ​ການ​ປະຕິບັດ​ລະບອບ​ນະ​ໂຍບາຍ​ຕ່າງໆ​ຂອງ​ລັດ, ​ເປັນຜູ້​ສ້າງ​ຂະ​ບວນການ​ເຄື່ອນ​ໄຫວອອກ​ແຮງ​ງານ​ໃຫ້​ມີ​ຂະ​ບວນການທີ່ຟົດ​ຟື້ນ, ​ເປັນ​ຜູ້ນຳ​ພາ​ເຕົ້າ​ໂຮມ​ຄວາມ​ສາມັກຄີ ​ແລະ​ ມີໜ້າ​ທີ່​ຂະຫຍາຍ​ສະມາຊິກ​ໃຫ້​ໄດ້​ຫຼາຍ. ສູ້​ຊົນ​ສ້າງ​ກອງ​ທຶນ​ພັດທະນາ​ອົງການ​ກຳມະບານ​ຢູ່​ຮາກ​ຖານ​ຂອງ​ຕົນເພື່ອຊວ່ຍເຫຼືອສະມາຊິກກຳມະບານ​ທີ່​ຍັງ​ທຸກ​ຍາກ ແລະ ດ້ອຍ​ໂອກາດ. ສະມາຊິກ​ກຳມະບານ​ຕ້ອງ​ເປັນ​ແບບຢ່າງ​ທີ່​ດີ​​ໃຫ້​ແກ່​ມະຫາຊົນ ​ແລະ​ ເປັນ​ຜູ້​ຫ້າວຫັນ​ໃນ​ຂະ​ບວນການຕ່າງໆ. ພ້ອມ​ດຽວ​ກັນ​ນີ້ ສະຫາຍ​ຍັງຝາກ​ຄວາມ​ຫວັງ​​ໃຫ້​ຄະນະ​ກຳມະບານ​ຮາກ​ຖານຊຸດ​ໃຫມ່ ​ຈະ​ນຳ​ໄປຈັດ​ຕັ້ງ​ຜັນ​ຂະຫຍາຍ ​ແລະ ​ຊີ້​ນຳ-ນຳພາ​ໃຫ້​ເກີດ​ດອກ​ອອກ​ຜົນ​ເປັນ​ກ້າວໆ.








ພາບ ແລະ ຂ່າວໂດຍ: ສຸວັນນາ ລໍຫວັນນ້ອຍ

ບົດກອນ ເຊີນທ່ຽວເມືອງແເບງ


Sunday, March 25, 2018

ໂຮງຮຽນມັດທະຍົມສົມບູນເມືອງແບງ ສະຫລອງວັນຄູຢ່າງ​ຟົດຟື້ນ

ໃນ​ຕອນ​ເຊົ້າ ​ຂອງ​ວັນ​ທີ 6 ຕຸລາ 2017 ນີ້ ທີ່​​ໂໂຮງຮຽນມັດທະຍົມສົມບູນເມືອງແບງ (ມສ ເມືອງແບງ) ​ໄດ້​ຈັດ​ພິທີ ສະ​ເຫລີ​ມສະຫລອງ ວັນ​ຄູ​ແຫ່ງ​ຊາດ ວັນທີ 7 ຕຸລາ ຄົບຮອບ 23 ປີ ດ້ວຍ​ບັນຍາກາດ​ຟົດ​​ຟື້ນ, ເພື່ອ​ຫວນ​ຄືນ​ມູນ​ເຊື້ອ​ຂອງ​ວັນ​ດັ່ງກ່າວ ​ແລະ ຈາລຶກຄຸນ​​ງາມ​ຄວາມ​ດີຂອງ​ຄູ-ອາຈານ ທີ່​ໄດ້​ເສຍ​ຫລະ ​ແລະ ອຸທິດ​​ເຫື່ອ​ແຮງ​ຕົນ​ ​​ເຂົ້າ​ໃນ​ການ​ສິດສອນ, ຖ່າຍ​ທອດ​ຄວາມ​ຮູ້, ​ຄວາມ​ສາມາດ​ໃຫ້​ແກ່​ນັກຮຽນ​​ໃນ​ແຕ່ລະ​ຮຸ້ນຢ່າງ​ບໍ່​ຮູ້​ອິດ​ຮູ້​ເມື່ອຍ.​ ​ໂດຍການໃຫ້ກຽດ ເຂົ້າຮ່ວມຂອງ ທ່ານ ຄຳອ່ອນ ຄຸນນະຈັກ ຄະນະພັກເມືອງ ຮອງເມືອງເມືອງແບງ, ທ່ານ ພົມມາ ພົມມະຈັນ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ, ອຳນວຍການໂຮງຮຽນ, ແຂກຖືກເຊີນ, ຄູ - ອາຈານ ແລະ ນັກຮຽນເຂົ້າຮ່ວມ​ເປັນ​ຈຳນວນ​ຫລາຍ.
ພາຍ​ໃນ​ງານ​ໄດ້​ມີ ​ການສະ​ແດງ​ ສິລະ​ປະ-ວັດທະນະທຳ, ການຫລີ້ນກິລາມ່ວນຊືນ, ມີ​ການ​ອ່ານ​ກາບກອນ​ວັນ​ຄູ ​ແລະ ມີການຈຸດເພິງໄຟ ​ຂຶ້ນ​ສະຖິດ​ໄວ້ແຖ່ນອັນ​ຊົງ​ກຽດ ​ເທິງ​ເວທີ ເພື່ອ​ເປັນການ​ສະ​ແດງ​ ຄວາມ​ຮູ້​ບຸນຄຸນ​ ​ໃຫ້​ແກ່​ຄູ-ອາຈານ ຜູ້​ທີ່​​ເສຍສະຫລະ ​ເພື່ອ​ປະ​ເທດ​ຊາດ.
ໃນພິທີດັ່ງກ່າວ ທ່ານ ຊຽງບຸນມີ ອິນທະສັກ ອຳນວຍການໂຮງຮຽນ ໄດ້ສະຫລຸບໃນການຊີ້ນຳ ການຮຽນ-ການສອນ ຂອງໂຮງຮຽນໃນໄລຍະຜ່ານມາ ແລະ ແຜນການທິດທາງໃນຕໍ່ໜ້າ ໂຮງຮຽນ ມສ ເມືອງແບງ ເຊິ່ງເປັນໂຮງຮຽນມັດທະຍົມສົມບູນແຫ່ງຫນຶ່ງ ພາຍໃຕ້ການຊີ້ນຳຂອງ ຫ້ອງການສຶກສາທິການ ແລະ ກິລາ ເມືອງແບງ ໄດ້ປະຕິບັດຕາມຫລັກສູດ ຂອງກະຊວງສຶກສາວາງອອກ, ປະຕິບັດນະໂຍບາຍ ຕໍ່ຄູອາຈານຢ່າງໜັກແໜ້ນ,  ໂຮງຮຽນຂອງຕົນມີຄູອາຈານ ທັງໝົດ 53 ຄົນ,  ມີນັກຮຽນທັງໝົດ 1,268 ຄົນ . ໃນສົກຮຽນຜ່ານມາ ຄູ-ອາຈານດີເດັ່ນໄດ້ຮັບກາານປະເມີນເລື່ອນຂັ້ນເງິນເດືອນ 3 ສະຫາຍ   ຊັ້ນມັດທະຍົມຕອນຕົ້ນ ແລະ ຕອນປາຍ ເສັງໄດ້ 100% ນອກນີ້ ຍັງໄດ້ສົ່ງນັກຮຽນ ເຂົ້າສອບເສັງນັກຮຽນເກັ່ງ ຂັ້ນເມືອງ ຊັ້ນ ມ.4 ສາມາດຍາດໄດ້ປະເພດທີ່1 ຂອງ 2 ວິຊາຄື: ວິຊາຄະນິດສາດ ແລະ ວິຊາຟິຊິກສາດ ແລະ ຊັ້ນ ມ.7  ສາມາດຍາດໄດ້ປະເພດທີ່1 ຂອງ 2 ວິຊາຄື: ວິຊາພາສາລາວ-ວັນນະຄະດີ ແລະ ເຄມີສາດ. ແລະສົ່ງເຂົ້າສອບເສັງຂັ້ນແຂວງສາມາດຍາດໄດ້ປະເພດທີ່ 2 ຂັ້ນແຂວງດັ່ງນີ້: ຄະນິດສາດ ມ.4 ທ້າວ ຢາເສັງ ທໍ່ຈົງເລຍຈື.

ພາບ ແລະ ຂ່າວໂດຍ: ອຈ ສຸວັນນາ ລໍຫວັນນ້ອຍ

ຜົນສຳເລັດກອງປະຊຸມໃຫຍ່ຕັ້ງທີ IV ຂອງໜ່ວຍຊາວຮາກຖານໜຸ່ມໂຮງຮຽນ ມ.ສ ເມືອງແບງ

ນຕອນບ່າຍຂອງວັນທີ່ 22 ພະຈິກ 2017, ທີ່ເດີ່ນໂຮງຮຽນ ມ.ສ ເມືອງແບງ ໄດ້ໄຂກອງປະຊຸມໃຫຍ່ຊາວໜຸ່ມ ຄັ້ງທີ່ IV ຂຶ້ນໂດຍພາຍໃຕ້ການເປັນປະທານຮ່ວມໂດຍ ທ່ານ ນ. ແສງອອນ ໄຊຍະຄໍາ ກຳມະການພັກເມືອງ ເລຂາຄະນະບໍລິຫານງານຊາວໜຸ່ມເມືອງ, ທ່ານ ຊຽງບຸນມີ ອິນທະສັກ ຜູ້ອຳນວຍການໂຮງຮຽນ ມ.ສ ເມືອງແບງ ແລະ ບັນດາແຂກທີ່ເຂົ້າຮ່ວມຈາກອົງການຈັດຕັ້ງອ້ອມຂ້າງ ຄູ-ອາຈານ ພ້ອມດ້ວຍນ້ອງນັກຮຽນທີ່ເປັນສະມາຊິກຊາວໜຸ່ມທັງໝົດ 457 ຄົນ.
ໃນພິທີ ທ່ານ ສັກ ຄົງມະນີ ກໍ່ໄດ້ຂື້ນຜ່ານບົດສະຫຼູບການເຄື່ອນໄຫວວຽກງານຊາວໜຸ່ມໃນໄລຍະ 03 ປີຜ່ານມາ ຂອງໜ່ວຍຊາວໜຸ່ມຮາກຖານ ໂຮງຮຽນ ມ.ສ ເມືອງແບງ ( 2014-2017 ) ແລະ ທິດທາງແຜນການ 05 ປີ ( 2017-2022 ), ໜ່ວຍຊາວໜຸ່ມຮາກຖານ ໂຮງຮຽນ ມ.ສ ເມືອງແບງ ເປັນໜ່ວຍໜຶ່ງທີ່ຢູ່ພາຍໃຕ້ການຊີນຳຂອງຫ້ອງການຊາວໜຸ່ມປະຊາຊົນປະຕິວັດລາວ ເມືອງແບງ ແລະ ຄະນະອຳນວຍການໂຮງຮຽນ ມີສະມາຊິກຊາວໜຸ່ມນັກຮຽນ 1.947 ນ້ອງ, ຍິງ 887 ນ້ອງ, ສະມາຊິກຊາວໜຸ່ມພະນັກງານຄຸ່-ອາຈານ 129 ສະຫາຍ, ຍິງ 55 ສະຫາຍ, ເຂົ້າເປັນສະມາຊິກພັກສົມບຸນ 12 ສະຫາຍ, ຍິງ 4 ສະຫາຍ, ສະມາຊິກພັກສຳຮອງ 3 ສະຫາຍ, ຍິງ 2 ສະຫາຍ. ໃນໄລຍະຜ່ານມາໄດ້ຄັດເລືອກສະມາຊິກຜູ້ທີ່ມີຜົນງານດີເດັ່ນໄດ້ຮັບການຍ້ອງຍໍປະເພດຕ່າງໆ ຈຳນວນທັງໝົດ 369 ສະຫາຍ, ຍິງ 127 ສະຫາຍ. ຜ່ານການສັງເກດ ຕີລາຄາການເຄື່ອນໄຫວໃນໄລຍະ 03 ປີຜ່ານມາ ໜ່ວຍຊາວໜຸ່ມ  ໂຮງຮຽນ ມ.ສ ເມືອງແບງ ໄດ້ຖືເອົາວຽກງານການສຶກສາອົບຮົມການເມືອງແນວຄິດເປັນວຽກສຳຄັນເຊິ່ງໄດ້ນຳໃຊ້ໂດຍຫຼາຍຮູບແບບການສຶກສາອົບຮົມໃຫ້ສະມາຊິກຊາວໜຸ່ມ-ໄວໜຸ່ມ, ເຊື່ອມຊຶມມະຕິ ແລະ ເອກະສານຕ່າງໆຂອງພັກ ແລະ ລັດ ແລະ ໄດ້ເຮັດໃຫ້ສະມາຊິກຊາວໜຸ່ມມີແນວຄິດອຸ່ນອ່ຽງທຸ່ນທ່ຽງ ແລະ ເຊື່ອໝັ້ນຕໍ່ການຊີນຳຂອງພັກ-ລັດຫຼາຍຂື້ນ. ເພື່ອເຮັດໃຫ້ການຈັດຕັ້ງ ມີຄວາມເຂັ້ມແຂງຂື້ນເທື່ອລະກ້າວ ແລະ ແຜນການໃນຕໍ່ໜ້າຈະສືບຕໍ່ຊີ້ນຳໆພາສະມາຊິກຊາວໜຸ່ມຂອງຕົນຮັບຜິດຊອບ, ຈັດຕັ້ງຂະຫຍາຍແນວທາງນະໂຍບາຍຂອງພັກ ແລະ ລະບຽບກົດໝາຍຂອງລັດວາງອອກ, ສະຫຼຸບ 03 ເດືອນ, 06 ເດືອນ ແລະ 01 ປີ ໃຫ້ຖືກຕ້ອງສອດຄ່ອງກັບເງື່ອນໄຂສະພາບຕົວຈິງ.
ຈາກນັ້ນກໍ່ໄດ້ປ່ອນບັດຄັດເລືອກເອົາຄະນະຊາວໜຸ່ມຊຸດໃໝ່ ໂດຍການປ່ອນບັດຄັດເລືອກຕາມເງື່ອນໄຂ ແລະ ມາດຖານທີ່ໄດ້ກຳນົດໄວ້. ຜ່ານການນັບຄະແນກສຽງຈາກຜູ້ມີສິດປ່ອນບັດຕົວຈິງ 457 ສະຫາຍ, ສາມາດຄັດເລືອກໄດ້ຄະນະເລຂາໜ່ວຍຊາວໜຸ່ມ ໂຮງຮຽນ ມ.ສ ເມືອງແບງ ດັ່ງມີລາຍຊື່ລຸ່ມນີ້:
ຜູ້ທີ່ໜຶ່ງ: ສະຫາຍ ອານຸສອນ ມະນີວົງເປັນເລຂາໜ່ວຍ
ຜູ້ທີ່ສອງ: ສະຫາຍ ສີພອນ ຄຳສິງໄຊຍະວົງເປັນຮອງເລຂາ
ຜູ້ທີ່ສາມ: ສະຫາຍ ບຸນເພັງ ອິນທະວົງ ເປັນຄະນະ
ຜູ້ທີ່ສີ່: ສະຫາຍ ສີພັນ ສຸທິວົງ ເປັນຄະນະ
ຜູ້ທີ່ຫ້າ: ສະຫາຍ ນ. ເພັດສາຄອນ ອິນດາລາ ເປັນຄະນະ
ໃນຕອນທ້າຍ ທ່ານນາງ ແສງອອນ ໄຊຍະຄໍາ ກໍ່ໄດ້ໃຫ້ກຽດມີຄໍາເຫັນ ແລະ ໃຫ້ທິດເຍືອງທາງໃຫ້ແກ່ສະມາຊິກຊາວໜຸ່ມ ໂຮງຮຽນ ມ.ສ ເມືອງແບງ ເຊີ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດຜ່ານມາທີ່ຍາດມາໄດ້ ແລະ ທ່ານໄດ້ເນັັນໜັກໃຫ້ຊາວໜຸ່ມ-ໄວໜຸ່ມທຸກຄົນບຸກບືນປະຕິບັດຫນ້າທີ່ຂອງຕົນ, ສ້າງຂໍ້ແຂງຂັ້ນ 4 ບຸກ, ເປັນເຈົ້າການໃນການປະຕິບັດ 2 ໜ້າທີຍຸດທະສາດຂອງຊາດ ແລະ ມີສະຕິລະຫວັງ ຕ້ານປະກົດການຫຍໍ້ທໍ້ໃນສັງຄົມ.

ຂ່າວໂດຍ: ສຸວັນນາ ລໍຫວັນນ້ອຍ

ກອນອວຍພອນວັນຄູ

ບົດ​ກອນ “ອວຍພອນ​ຄູ”
ຮຽມ ຂໍຍໍມື​ນອບ​ນ້ອມ ​ເໜືອສຽນວັນ​ທາ
ມີ​ມາລາ​ດວງ​ຫອມ ກາບກອນ​ກະວີ​ມາ​ຕ້ອນ
ຂໍ​ອວຍພອນ​ແດ່​ເຈົ້າ ຄຸນ​ຄູ​ຜູ້​ສອນ​ສັ່ງ
​ສຸກສົມ​ຫວັງ​ຂໍ​​ໃຫ້​ມາ​ໂຮມ​ເຕົ້າ ຢ່າໝອງ​ເສົ້າ​ເ​ກົ່າສີ. ​​
ຄຸນ​ຄູ​ມີມາກລົ້ນ​ ສູງ​ສົ່ງ​ພະສຸທາ
ລ້ານ​ເພັດນິນ​ຈິນດາ ບໍ່ປຽບປູນ​ປານ​ຄຸນເຈົ້າ
ນັບ​​ເອົາດິນ ​ແລະ ຟ້າ ​ມະຫາ​ທີ​ອັນ​ກ້ວາງ​ໃຫ່ຍ
ມາ​ຊັ່ງ​ຊາ​ກໍ​ບໍ່​ໄດ້ ຄຸນ​ເຈົ້າ​ປະ​ເສີດ​ສູງ  ຄູ​ເອີຍ.
​ເຈັດ​ຕຸລາ​ປີ​ນີ້ ຂໍ​​ ອວຍ​ແດ່ພອນ​ໄຊ
​ໄປ​ຍັງ​ຄູ-​ອາຈານ ຜູ້​ສອນ​ສົ່ງ​ຄວາມ​ຮູ້
ຂໍ​ຈົ່ງ​ສຸກ​ຢູ່​ສ້າງ ຊີວາ​ເກັ່ງ​ກ້າ​ແກ່ນ
ເງິນໝື່ນ​ແສນ​ໃຫ້​ໂຮມ​ເຕົ້າ ຫຼັ່ງ​ໄຫຼ​ເຂົ້າ​ຢ່າ​ຂາ​ດສາຍ.
ທ້າຍ​ນີ້ ຂໍ​ໂອຍ​ພອນ​ແດ່​ເຈົ້າ ຄຸນ​ຄູບາ​ອາຈານ
​ໃຫ້​ທ່ານ​ມີ​ຄວາມສຸກ ຢູ່​ສະບາຍ​ກາຍ​ເນື້ອ
ອັນວ່າ​ໂລຄາ​ຮ້າຍ ຫວັດ​ໄອ​ຈົ່ງ​​ໄກຫ່າງ
ສຸຂະ​ວັນນະ​ຂໍ​ຈົ່ງ​ໃຫ້​ຮຸ່ງ​ແຈ້ງ ອາຍຸໝັ້ນຍືນ​ສະຖຽນ ​ເດີ….ຄູ….​ເດີ

ຂໍຂອບໃຈ !

ຜົນສຳເລັດກອງປະຊຸມໃຫຍ່ຕັ້ງທີ IV ສະຫະພັນແມ່ຍິງຮາກຖານ ໂຮງຮຽນ ມ.ສ ເມືອງແບງ


ກອງປະຊຸມໃຫຍ່ຂອງສະຫະພັນແມ່ຍິງຮາກຖານ ໂຮງຮຽນ ມ.ສ ເມືອງແບງ ຄັ້ງທີ IV ໄດ້ສຳເລັດລົງໃນວັນທີ 17 ຕຸລາ 2017 ທີ່ເດີ່ນໂຮງຮຽນ ມ.ສເມືອງແບງ. ໂດຍການເປັນປະທານຂອງ ທ່ານນາງ ແພງພັນ ອານຸວົງ  ປະທານສະຫະພັນແມ່ຍິງເມືອງແບງ ,ທ່ານ ຊຽງບຸນມີ ອີນທະສັກ ອຳນວຍການ ໂຮງຮຽນ ມ.ສ ເມືອງແບງ, ທ່ານນາງ  ມະໄລສຸກ ໄຊຍະວົງ ປະທານສະຫະພັນແມ່ຍິງໂຮງຮຽນ, ມີຄູ-ອາຈານ ແລະ ນັກຮຽນທີ່ເປັນສະມາຊິກສະຫະພັັນແມ່ຍິງເຂົ້າຮ່ວມຈຳນວນ 238 ສະຫາຍ.
ໃນພິທີທ່ານນາງ ມະໄລສຸກ ໄຊຍະວົງ ກໍ່ໄດ້ຂື້ນຜ່ານບົດສະຫຼຸບການເຄື່ອນໄຫວວຽກງານແມ່ຍິງໃນໄລຍະ 05 ປີ ຂອງຮາກຖານແມ່ຍິງ ໂຮງຮຽນ ມ.ສ ເມືອງແບງ ( 2012-2017 ) ແລະ ແຜນການ 05 ປີ ( 2018-2022 ),ຮາກຖານແມ່ຍິງ ໂຮງຮຽນ ມ.ສ ເມືອງແບງ ແມ່ນຮາກຖານໜຶ່ງ ທີ່ຂື້ນກັບຮາກຖານພັກໂຮງຮຽນ ມ.ສ ເມືອງແບງ, ປະຈຸບັນມີສະມາຊິກແມ່ຍີງທັງໝົດ 245 ສະຫາຍ,ແມ່ຍິງທີ່ເຂົ້າເປັນສະມາຊິກສົມບູນ 08 ທ່ານ, ຜ່ານການສັງເກດ ຕີລາຄາການເຄື່ອນໄຫວໃນໄລຍະ 05 ປີ ຜ່ານມາຮາກຖານແມ່ຍິງ ໂຮງຮຽນ ມ.ສ ເມືອງແບງ ໄດ້ຖືເອົາວຽກງານການສຶກສາອົບຮົມການເມືອງແນວຄິດເປັນວຽກສຳຄັນເຊິ່ງໄດ້ນຳໃຊ້ໂດຍຫຼາຍຮູບແບບການສຶກສາອົບຮົມເອື້ອຍນ້ອງແມ່ຍິງເປັນຕົ້ນທີ່ຕົນຮັບຜິດຊອບ, ເຊື່ອມຊຶມມະຕິ ແລະ ເອກະສານຕ່າງໆຂອງພັກ ແລະ ລັດ ແລະ ໄດ້ປັບປຸງການດຳເນີນກອງປະຊຸມຂັ້ນຂອງຕົນນຳພາອົງການຈັດຕັ້ງສະຫະພັນແມ່ຍິງເຄື່ອນໄຫວປັບປຸງແບບແຜນວິທີເຮັດວຽກ, ຕິດພັນກັບຂະບວນການປະຕິບັດຂໍ້ແຂ່ງຂັນ 03 ດີ ຂອງສະຫະພັນແມ່ຍິງລາວ ເພື່ອເຮັດໃຫ້ການຈັດຕັ້ງ ມີຄວາມເຂັ້ມແຂງຂື້ນເທື່ອລະກ້າວ ແລະ ແຜນການໃນຕໍ່ໜ້າຈະສືບຕໍ່ຊີ້ນຳໆພາສະມາຊິກແມ່ຍິງຂອງຕົນຮັບຊອບ, ຈັດຕັ້ງຂະຫຍາຍແນວທາງນະໂຍບາຍຂອງພັກ ແລະ ລະບຽບກົດໝາຍຂອງລັດວາງອອກ, ສະຫຼຸບ 03 ເດືອນ, 06 ເດືອນ ແລະ 01 ປີ ໃຫ້ຖືກຕ້ອງສອດຄ່ອງກັບເງື່ອນໄຂສະພາບຕົວຈິງ. ຫຼັງຈາກນັ້ນກໍ່ໄດ້ປ່ອນບັດຄັດເລືອກເອົາຄະນະປະທານສະຫະພັນແມ່ຍິງຮາກຖານ ໂຮງຮຽນ ມ.ສ ເມືອງແບງ ຄັ້ງທີ IV ຊຸດໃໝ່ ເຊິງມີຜູ້ສະມັກ 07 ສະຫາຍ, ເລືອກເອົາ 05 ສະຫາຍ ແລະ ຜົນການເລືອກຕັ້ງເຫັນວ່າ ທ່ານນາງ ມະໄລສຸກ ໄຊຍະວົງ ເປັນປະທານ, ທ່ານນາງ ສາລິກາ ດວງມາລາ ເປັນຮອງທັງເປັນປະທານກວດກາ, ທ່ານນາງ ເສົາໄຊ ຟົງທະລາ ເປັນຮອງ ແລະ ຮັບຜິດຊອບວຽກງານເສດຖະກິດ, ທ່ານນາງ ຈັນໄຊ ສຸດທິວົງ ຮັບຜິດຊອບວຽກງານ 3 ດີ ແລະ ທ່ານນາງ ປິ່ນໄຊ ວິໄລສັກ ຮັບຜິດຊອບວຽກງານສ້າງຂະບວນການ.
ໃນຕອນທ້າຍ ທ່ານນາງ ແພງພັນ ອານຸວົງ ກໍ່ໄດ້ໃຫ້ກຽດມີຄຳເຫັນ ແລະ ໃຫ້ທິດເຍືອງທາງໃຫ້ແກ່ສະມາຊິກແມ່ຍິງຮາກຖານ ໂຮງຮຽນ ມ.ສ ເມືອງແບງ ການສຶກສາອົບຮົມການເມືອງແນວຄິດ, ສິນທຳປະຕິວັດ,ພັດທະນາຕົນເອງ, ເຄື່ອນໄຫວໃຫ້ມີຄວາມໜັກແໜ້ນເຂັ້ງແຂງ, ເຮັດວຽກເປັນໝູ່ຄະນະ ແລະ ປຶກສາຫາລືປະກອບຄຳຄິດຄຳເຫັນເຊິ່ງກັນ ແລະ ກັນ, ແລະ ໃຫ້ສືບຕໍ່ຂໍ້ແຂ່ງຂັນ 03 ດີ ຂອງສະຫະພັນແມ່ຍິງ ໃຫ້ໄດ້ຮັບຜົນສຳເລັດ,ສືບຕໍ່ປະຕິບັດເຜີຍແຜ່ຂໍ້ແຂ່ງຂັນ 03 ດີ ໃຫ້ສະມາຊິກພາຍໃນຮາກຖານຂອງຕົນຢ່າງທົ່ວເຖິງ.

ຂ່າວໂດຍ: ອ.ຈ ສຸວັນນາ ລໍຫວັນນ້ອຍ 020 91559904

ໂຮງຮຽນ ມ.ສ ເມືອງແບງ ຈັດກິດຈະກຳບໍລິຈາກເລືອດຊ່ວຍສັງຄົມ

ໃນຕອນເຊົ້າຂອງວັນທີ 15 ມີນາ 2017 ທີ່ໂຮງຮຽນ ມ.ສ ເມືອງແບງໄດ້ມີທີມງານຈາກອົງການກາແດງ ປະຈຳແຂວງອຸດົມໄຊ ນຳພາດ້ວຍ ທ່ານ ສົມສັກ ຫົວຫນ້າສູນເລືອດປະຈຳແຂວງອຸດົມໄຊ ພ້ອມທີມງານ 6 ສະຫາຍ ໄດ້ປະສານງານສົມທົບກັບຄູ-ອານຈານປຸກລະດົມຂົນຂວາຍບັນດານ້ອງນັກຮຽນແຕ່ ຊັ້ນ ມ.5 ເຖີງ ມ.7 ບໍລິຈາກເລືອດແບບສະມັກໃຈ ດ້ວຍບໍ່ຮຽກຮ້ອງສີ່ງຕອບແທນ ປະກອບສ່ວນຊ່ວຍເຫລືອສັງຄົມ ເພື່ອສະແດງເຖີງຄວາມສາມັກຄີປອງດອງທົ່ວປວງຊົນທັງຊາດ ແລະເພື່ອປຸກຈິດສຳນຶກໃຫ້ນ້ອງນັກຮຽນ.

ໃນບາງຕອນ ທ່ານ ສົມສັກ ໄດ້ເຜີຍວ່າ  ການປະກອບສການການບໍລິຈາກເລືອຄວາມສຳຄັນທີ່ສຸດ ຕໍ່ກັບການຊ່ວຍເຫຼືອຊິວິດຂອງເພື່ອນມະນຸດດ້ວຍກັນ, ຍັງເປັນການກອບກູ້ເອົາຊີວິດຜູ້ທີ່ເຈັບນອນຢູ່ຕາມໂຮງໝໍ, ເພື່ອຕອບສະໜອງເລືອດ ໃຫ້ພຽງພໍກັບຄວາມຕ້ອງການ ຂອງຄົນເຈັບທີ່ນອນປິ່ນປົວຢູ່ຕາມໂຮງໝໍແຫ່ງຕ່າງໆ ເພາະເລືອດ ແມ່ນສິ່ງທີສໍາຄັນທີ່ຂາດບໍ່ໄດ້ ແລະ ເລືອດບໍ່ສາມາດທີ່ຈະເອົາສິ່ງອື່ນໃຊ້ແທນເລືອດໄດ້ ແລະ ໃນປັດຈຸບັນນີ້ເລືອດຢູ່ສູນຕ່າງໆໃນທົ່ວປະເທດແມ່ນຍັງບໍ່ພຽງພໍກັບຄວາມຕ້ອງການ ດ້ວຍສະເພາະຊ່ວງທີ່ມີໄພພິບັດ ແລະ ອຸບັດຕິເຫດ.
ໃນກິດຈະກຳນີ້ໄດ້ ມີຜູ້ສະໝັກບໍລິຈາກເລືອດທັງໝົດ 60 ນ້ອງ ຈຳນວນຖົງເລືອດທີ່ໄດ້ຮັບທັງໝົດ 27 ຖົງ
ສຳລັບກິດຈະກຳການບໍລິຈາກເລືອດທີ່ໂຮງຮຽນ ມ.ສ ເມືອງແບງແມ່ນໄດ້ຈັດຂື້ນເປັນປະເພນີປະຕິບັດທຸກໆປີ ແລະ ປິນີ້ກໍເປັນປິຫນຶ່ງທີ່ເຫັນໄດ້ວ່າໄດ້ຮັບໝາກຜົນດີພໍສົມຄວນ.